エピソード

  • ປະຕິກິຣິຍາຈາກທົ່ວໂລກກ່ຽວກັບ ການຊຸ່ມຍິງທີ່ Bondi
    2025/12/18
    ຜູ້ນຳຈາກທົ່ວໂລກໄດ້ສະແດງຄວາມໄວ້ອາລັຍຕໍ່ຜູ້ເສັຍຊີວິດ ແລະບາດເຈັບຈາກການຊຸ່ມຍິງທີ່ Bondi ໃນເທສການ Hannukah ຊຶ່ງແມ່ນເທດສະການ ແຫ່ງແສງສວ່າງປະຈໍາປີ ຂອງສາສນາ Judaism ເຊິ່ງມີໄຊຊນະ ເຫນືອຄວາມມືດ ແລະຄວາມຊົ່ວຮ້າຍ. ທ່າມກາງຄື້ນຂອງການຕໍ່ຕ້ານຊາວຢິວໄດ້ຮຸນແຮງຂຶ້ນເລື້ອຍໆ.
    続きを読む 一部表示
    11 分
  • ຄຳສັ່ງຫ້າມເດັກອາຍຸຕ່ຳກວ່າ 16 ປີໃນການໃຊ້ສື່ສານມວນຊົນ
    2025/12/18
    ຕັ້ງແຕ່ວັນພຸດໜ້າ (20 ທັນວາ), ອອສເຕຣເລັຍຈະກາຍເປັນປະເທດທໍາອິດໃນໂລກ ທີ່ຈະສັ່ງຫ້າມເດັກນ້ອຍ ອາຍຸຕ່ຳກວ່າ 16 ປີ ບໍ່ໃຫ້ມີບັນຊີສື່ສານມວນຊົນ, ບັງຄັບໃຫ້ບໍຣິສັດໃຫຍ່ ປະຕິບັດຕາມກົດຫມາຍ ຫລືຕ້ອງປະເຊີນກັບການຖືກປັບໃໝ ສູງເຖິງ 50 ລ້ານໂດລາ. ຣັດຖະບານຂອງ ກ່າວວ່າ ການເຄື່ອນໄຫວນັ້ນ ຈະປົກປ້ອງຄົນຫນຸ່ມຈາກ Algorithm ທີ່ເປັນອັນຕະຣາຍ ແລະຜົນກະທົບທາງລົບຕໍ່ສຸຂະພາບຈິດ. ພໍ່ແມ່ຫລາຍຄົນ ສນັບສນູນການປ່ຽນແປງ, ໃນຂນະທີ່ນັກວິຈານ ເຕືອນວ່າ ຄົນໄວລຸ້ນທີ່ຮູ້ຈັກເລື່ອງເທັກໂນໂລຈີ ອາດຈະມີວິທີ ຫຼີກລ້ຽງຈາກມາດຕະການນັ້ນ.
    続きを読む 一部表示
    12 分
  • ການໃຊ້ AI ໃນການຄົ້ນຄວ້າກ່ຽວກັບມະເລັງສມອງ.
    2025/12/18
    ມູນນິທິຄົ້ນຄວ້າໂຣກມະເລັງອອສເຕຣເລັຍ (The Australian Cancer Research Foundation) ໄດ້ມອບເງິນສນັບສນູນ 2.5 ລ້ານໂດລາ ໃຫ້ແກ່ສະຖາບັນການຄົ້ນຄວ້າ ເລື່ອງການແພດຂອງ Walter and Eliza Hall ໃນເມືອງ Melbourne. ມັນຈະໃຫ້ເງິນສນັບສນູນ ແກ່ຫ້ອງທົດລອງ ສໍາລັບການຄົ້ນຄວ້າເລື່ອງການປິ່ນປົວໂຣກມະເລັງໃນສມອງ ເຊັ່ນ DIPG ໃນເດັກນ້ອຍ ແລະGlioblastoma-ຊຶ່ງເປັນໂຣກມະເລັງໃນສມອງທີ່ຮ້າຍແຮງອີກຊະນິດຫນຶ່ງ ໃນຜູ້ໃຫຍ່.
    続きを読む 一部表示
    7 分
  • How to plan for your child’s financial future in Australia - ວາງແຜນອະນາຄົດດ້ານການເງິນຂອງລູກທ່ານ ໃນອອສເຕຣເລັຍ ແນວໃດ?
    2025/12/18
    Financial planning can feel stressful for any parent. When it comes to saving for your child’s future, knowing your options helps make informed decisions. And teaching your kid healthy money habits can be part of the process. - ການວາງແຜນທາງດ້ານການເງິນສາມາດຮູ້ສຶກເຄັ່ງຕຶງສໍາລັບພໍ່ແມ່ທຸກຄົນ. ເມື່ອເວົ້າເຖິງການທ້ອນເງິນ ເພື່ອອະນາຄົດຂອງລູກ ການຮູ້ທາງເລືອກຂອງເຈົ້າ ຈະຊ່ວຍໃນການຕັດສິນໃຈຢ່າງຮອບຄອບ. ແລະການສອນລູກຂອງທ່ານ ໃຫ້ຮູ້ເຖິງນິສັຍເລື່ອງການເງິນທີ່ດີ ສາມາດເປັນສ່ວນຫນຶ່ງຂອງຂັ້ນຕອນນັ້ນ.
    続きを読む 一部表示
    12 分
  • ການປະທະຄັ້ງໃໝ່ລະຫວ່າງໄທ ແລະ ກຳປູເຈັຍ.
    2025/12/11
    ການສູ້ຮົບ ລະຫວ່າງໄທ ແລະ ກຳປູເຈັຍ ແມ່ນຮ້າຍແຮງທີ່ສຸດ ນັບຕັ້ງແຕ່ການຍິງຕອບໂຕ້ ດ້ວຍຈະຫລວດ ແລະປືນໃຫຍ່ ເປັນເວລາຫ້າມື້ ໃນເດືອນກໍລະກົດ. ແຕ່ລະຝ່າຍ ກໍາລັງກ່າວໂທດອີກຝ່າຍຫນຶ່ງ ໃນການເລີ່ມຕົ້ນການປະທະຄັ້ງຫຼ້າສຸດ ແລະຍັງບໍ່ແນ່ໃຈວ່າ ການຢຸດຍິງທີ່ປະທານາທິບໍດີ Donald Trump ເປັນຕົວກາງໃນເດືອນກໍລະກົດ ຈະສາມາດຊ່ອຍໄດ້ແນວໃດ ແລະທັງສອງຝ່າຍກໍກ່າວວ່າ ເຂົາເຈົ້າຈະບໍ່ຖອຍຫນີ ຈາກການປົກປ້ອງອະທິປະໄຕຂອງຕົນ.
    続きを読む 一部表示
    6 分
  • ຄວາມກັງວົນຂອງໄວລຸ້ນ ກ່ຽວກັບອະນາຄົດ
    2025/12/05
    ໃນການສໍາຫລວດທັດສະນະຂອງຊາວຫນຸ່ມ ຂອງ Mission Australia ສະແດງໃຫ້ເຫັນວ່າ 64 ສ່ວນຮ້ອຍ ຂອງຜູ້ຕອບແບບສອບຖາມ ບອກວ່າ ຄ່າຄອງຊີບ ເປັນບັນຫາທີ່ຮີບດ່ວນທີ່ສຸດ. ນອກຈາກຄ່າຄອງຊີບແລ້ວ, ມັນພົບວ່າ ສຸຂະພາບທາງຈິດ ເປັນບັນຫາອັນດັບທີສອງ, ໂດຍທີ່ 29 ເປີເຊັນ ຂອງຜູ້ຕອບແບບສອບຖາມ ວ່າເປັນຫນຶ່ງໃນສາມ ຄວາມເປັນຫ່ວງທີ່ສຸດຂອງເຂົາເຈົ້າ, ຕິດຕາມດ້ວຍການປ່ຽນແປງຂອງສະພາບອາກາດ ຊຶ່ງຢູ່ທີ່ 27 ເປີເຊັນ ແລະທີ່ຢູ່ອາສັຍແລະການຂາດທີ່ຢູ່ອາສັຍ ທີ່ 25 ເປີເຊັນ.
    続きを読む 一部表示
    11 分
  • ການຮຸກຮານ Venezuela ຂອງອາເມຣິກາ.
    2025/12/05
    ສະຫະຣັດ ໄດ້ສົ່ງທະຫານຫລາຍພັນຄົນ ແລະກໍາປັ່ນສູ້ຮົບຫລາຍສິບລໍາ ໄປທີ່ Venezuela ແລະໄດ້ປິດກັ້ນ ທັງນ່ານນ້ຳແລະນ່ານຟ້າ ອີກດ້ວຍ. ຂໍ້ອ້າງຂອງອາເມຣິກາແມ່ນວ່າ ປະທານາທິບໍດີ Maduro ເປັນຜູ້ຄ້າຢາເສບຕິດ, ໃນຂນະທີ່ທາງ Venezuela ກ່າວວ່າ Trump ເຮັດເຊັ່ນນັ້ນເພື່ອຜົນປໂຍດສ່ວນໂຕ.
    続きを読む 一部表示
    13 分
  • ການກຽມຮັບມືກັບລະດູໄຟປ່າ.
    2025/12/05
    ອົງກອນ ແລະເຈົ້າໜ້າທີ່ຂອງຣັດຕ່າງໆ ກຳລັງຊຸກຍູ້ໃຫ້ຊາວອອສເຕຣເລັຍ ຕຽມໂຕສຳລັບລະດູຮ້ອນທີ່ຈະມາເຖິງ ໂດຍສະເພາະ ການຕຽມໂຕ ສຳລັບໄຟປ່າ ຊຶ່ງຄາດວ່າຈະຮ້າຍແຮງເປັນພິເສດ.
    続きを読む 一部表示
    5 分