『SBS Lao - SBS ພາ​ສາ​ລາວ』のカバーアート

SBS Lao - SBS ພາ​ສາ​ລາວ

SBS Lao - SBS ພາ​ສາ​ລາວ

著者: SBS
無料で聴く

概要
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.Copyright 2025, Special Broadcasting Services 政治・政府 社会科学
エピソード
  • ສລຸບຂ່າວປະຈຳອາທິດ 13 ພິຈິກ 2026
    2026/11/13
    ສລຸບຂ່າວປະຈຳອາທິດ 13 ພິຈິກ 2026 ຫົວຂໍ້ຂ່າວປະຈຳອາທິດນີ້ ມີດັ່ງຕໍ່ໄປນີ້: ** ຜູ້ອໍານວຍການ Nvidia Jensen Huang ລາອອກ ຫຼັງຈາກມີຄວາມສໍາພັນລັບ ກັບຜູ້ຖືກສົງສັຍວ່າເປັນສາຍລັບຈີນ... ** ເດັກຊາຍວັຍລຸ້ນຄົນຫນຶ່ງ ຖືກພົບຢ່າງປອດພັຍ ຫຼັງຈາກຫາຍໄປ 6 ມື້ໃນປ່າ Victoria. ** ແລະໃນກິລາ, ເກມເຕະບານຂອງ Socceroos ກັບ Jordan ໄດ້ຍ້າຍໄປທີ່ Doha ເນື່ອງຈາກການກັງວົນດ້ານຄວາມປອດພັຍ.

    #sbsaudiopodcast
    続きを読む 一部表示
    12 分
  • ຜົນການເລືອກຕັ້ງໃນ New Zealand.
    2026/11/12
    ການເລືອກຕັ້ງຂອງ New Zealand ບໍ່ສາມາດບົ່ງບອກຜູ້ໄດ້ໄຊຊນະທີ່ຊັດເຈນໄດ້. ພັກ National Party ຂອງນາຍົກຣັດຖະມົນຕີ Christopher Luxon ໄດ້ຮັບທີ່ນັ່ງຫຼາຍທີ່ສຸດ, ແຕ່ຜູ້ນໍາພັກ Labour, Chris Hipkins ປະຕິເສດທີ່ຈະຍອມຮັບຄວາມພ່າຍແພ້. ຊາວ New Zealand ຫຼາຍລ້ານຄົນ ໄດ້ລົງຄະແນນສຽງເລືອກຕັ້ງ, ຮວມເຖິງຫຼາຍພັນຄົນ ທີ່ອາສັຍຢູ່ຕ່າງປະເທດ, ຫຼາຍຄົນໃນອອສເຕຣເລັຍ.... ແລະບໍ່ວ່າພັກໃດກໍຕາມທີ່ຊນະອໍານາດ ແລະຈັດຕັ້ງຣັດຖະບານ - ຄວາມກົດດັນດ້ານຄ່າຄອງຊີບ ຈະເປັນປັນຫາຫຼັກໃນວາຣະຕໍ່ໄປ.
    続きを読む 一部表示
    11 分
  • ອັດຕາການວ່າງງານໃນ ອອສເຕຣເລັຍ.
    2026/11/12
    ອັດຕາການວ່າງງານໃນ ອອສເຕຣເລັຍໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງຄາດວ່າຈະເພີ່ມຂຶ້ນຕໍ່ໄປ ຕລອດປີ 2027 ຕໍ່ເນື່ອງໄປເຖິງປີ 2028. ເມື່ອເດືອນກ່ອນ, ສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics - ABS) ໄດ້ເຜີຍວ່າ ອັດຕາການວ່າງງານໄດ້ເຖິງລະດັບສູງສຸດ ໃນຮອບ 5 ປີ (ຕັ້ງແຕ່ເດືອນຕຸລາ 2021) ຊຶ່ງສະແດງໃຫ້ເຫັນວ່າ ອັດຕາການວ່າງງານ ໄດ້ສູງກວ່າທີ່ຕລາດໄດ້ຄາດໄວ້ເລັກນ້ອຍ ເປັນ 4.7 ເປີເຊັນ. ບາງບໍຣິສັດໃຫຍ່ ແລະມີຊື່ສຽງຂອງປະເທດ ກໍາລັງຫຼຸດຈໍານວນພະນັກງານລົງ. ຜູ້ຊ່ຽວຊານໄດ້ຕັ້ງຄຳຖາມວ່າ AI ໄດ້ປ່ຽນແປງສະພາບວຽກງານບໍ່, ຫຼືການປ່ຽນແປງພຶດຕິກັມຜູ້ບໍຣິໂພກ ກໍາລັງເຮັດໃຫ້ມີຕໍາແຫນ່ງຫຼາຍຮ້ອຍຕໍາແຫນ່ງ ຕົກຢູ່ໃນຄວາມສ່ຽງ?
    続きを読む 一部表示
    7 分
adbl_web_anon_alc_button_suppression_t1
まだレビューはありません